
ເກີດແຜ່ນດິນໄຫວໃນປະເທດ Colombia.
ແຜ່ນດິນໄຫວຂນາດ 7.4 ໃນປະເທດ Colombia ໄດ້ເຮັດໃຫ້ ມີຢ່າງ ໜ້ອຍ 111 ຄົນເສັຍຊີວິດ, ແລະອາຄານ 1,600 ຫຼັງ ໄດ້ຮັບຄວາມເສັຍຫາຍ ຫຼືພັງທະລາຍ ໃນຫຼາຍເມືອງທົ່ວພາກຕະເວັນຕົກຂອງປະເທດ Colombia, ລວມທັງ Pereira, Quibdo, Cali ແລະ Manizales. ແຜ່ນດິນໄຫວນີ້ ຮູ້ສຶກໄດ້ຢ່າງແຮງໃນນະຄອນຫຼວງ ແລະໄປຮອດປະເທດເພື່ອນບ້ານ Ecuador ແລະ Panama ທີ່ມີລາຍງານຄວາມເສັຍຫາຍພຽງເລັກນ້ອຍ. ຫຼາຍປະເທດກຳລັງກຽມພ້ອມທີ່ຈະສົ່ງທີມມາຊ່ອຍເຫຼືອ ແມ່ນແຕ່ Venezuela ທີ່ໄດ້ຜ່ານເຫດການແຜ່ນດິນໄຫວສອງຄັ້ງ ທີ່ຮ້າຍແຮງ ໃນອາທິດຜ່ານມາ, ຊຶ່ງເຮັດໃຫ້ມີການສູນເສັຍຊີວິດ ຫຼາຍກວ່າ 6,300 ຄົນ.
Audio and video play straight from the show's own hosting. PodSubs stores and serves no media.

