
ການຂຍາຍໂຕຂອງ ສົງຄາມຣັສເຊັຍ- Ukraine
ຫຼັງຈາກສົງຄາມຜ່ານໄປຫຼາຍກວ່າ 4 ປີ, ການຕໍ່ສູ້ລະຫວ່າງຣັສເຊັຍແລະ Ukraine ກໍາລັງທະວີຄວາມຮຸນແຮງຂຶ້ນ. ໃນຂນະທີ່ການຕໍ່ສູ້ເພື່ອດິນແດນທາງພື້ນດິນ ຍັງຄົງສເມີກັນເປັນສ່ວນໃຫຍ່, ແຕ່ສົງຄາມໃນທ້ອງຟ້າກໍາລັງຂຍາຍໂຕອອກ, ດ້ວຍໂດຣນແລະຂີປະນາວຸດ ທີ່ໂຈມຕີເລິກເຂົ້າໄປໃນທັງສອງປະເທດ ແລະສ້າງຄວາມກັງວົນວ່າ ຄວາມຂັດແຍ້ງນີ້ ອາດຈະລຸກລາມເລິກເຂົ້າໄປໃນຢູໂຣບ ຊຶ່ງກໍາລັງພິຈາຣະນາການບັງຄັບໃຊ້ມາດຕະການຂວ້ຳບາດທີ່ເຂັ້ມງວດຂຶ້ນ ແລະການຈໍາກັດ ການເດີນທາງຂອງຊາວຣັສເຊັຍ, ໃນຂນະທີ່ປະເທດສະມາຊິກ ໄດ້ສັນຍາວ່າ ຈະເພີ່ມການປ້ອງກັນທາງອາກາດໃຫ້ Ukraine ຫຼາຍຂຶ້ນ.
Audio and video play straight from the show's own hosting. PodSubs stores and serves no media.

