
ລາຍງານຈາກ ເນປານ ວັນທີ 1 ກັນຍາ 2026
ຄວາມພະຍາຍາມ ໃນການກູ້ພັຍ ແລະການຟື້ນຟູ ຍັງຄົງດໍາເນີນຕໍ່ໄປໃນ Nepal, ເຊິ່ງມີຄູຄົນຫນຶ່ງ ໄດ້ຮັບການສັນລະເສີນ ສໍາລັບການຕັດສິນໃຈຢ່າງວ່ອງໄວ ທີ່ຊ່ວຍຊີວິດນັກຮຽນຫຼາຍຮ້ອຍຄົນ. ເມື່ອຈໍານວນຜູ້ເສັຍຊີວິດ ແລະລາຍຊື່ຄົນທີ່ສູນຫາຍ ໃນພື້ນທີ່ນ້ຳຖ້ວມເພີ່ມຂຶ້ນ, ການຄົ້ນຫາຜູ້ລອດຊີວິດ ຍິ່ງທະວີມີຄວາມໝົດຫວັງຫຼາຍຂຶ້ນ. ຣັດຖະບານອອສເຕຣເລັຍ ໃຫ້ການສນັບສນູນດ້ານມະນຸດສະທັມ ມູນຄ່າ 8 ລ້ານໂດລາໃຫ້ Nepal, ຮວມທັງອຸປະກອນທີ່ສົ່ງໂດຍ ADF. ສະຫະປະຊາຊາດກ່າວວ່າ ຜູ້ລອດຊີວິດໃນພື້ນທີ່ ທີ່ໄດ້ຮັບຄວາມເສັຍຫາຍນີ້ ຕ້ອງການຄວາມຊ່ວຍເຫຼືອສຸກເສີນ ແລະການສນັບສນູນທາງຈິດໃຈ ໃນຂນະທີ່ພວກເຂົາກໍາລັງຮັບມື ກັບຜົນກະທົບຫຼັງເຫດການ.
Audio and video play straight from the show's own hosting. PodSubs stores and serves no media.

