
ການກວດເລືອດທີ່ອາດຊ່ວຍລະບຸ ຄວາມສ່ຽງຕໍ່ Alzheimer
ອີງຕາມອົງການອະນາມັຍໂລກ (the World Health Organisation), ຫລາຍກວ່າ 57 ລ້ານຄົນ ອາສັຍຢູ່ກັບພາວະຄວາມຈໍາເສື່ອມທົ່ວໂລກ ແລະເກືອບ 10 ລ້ານຄົນ ໄດ້ຖືກວິນິດສັຍວ່າ ເປັນໂຣກນີ້ທຸກປີ. ການກວດເລືອດໃຫມ່ ອາດສາມາດບອກລ່ວງຫນ້າ ເຖິງການເລີ່ມຕົ້ນອາການຂອງ Alzheimer ໄດ້ລ່ວງຫນ້າຫລາຍປີ. ການທົດສອບ ຊຶ່ງທ່ານຫມໍກ່າວວ່າ ອາດເປັນໂຕປ່ຽນເກມ, ໂດຍຊອກຫາສິ່ງທີ່ທ່ານຫມໍເອີ້ນວ່າ p-tau217 ແລະສາມາດເຕືອນເຂົາເຈົ້າ ເຖິງໂຣກນີ້ ຫ້າເຖິງສິບປີ ກ່ອນຄົນທີ່ມີສຸຂະພາບດີຈະມີອາການ.
Audio and video play straight from the show's own hosting. PodSubs stores and serves no media.

